Botun Room

ໂຮງແຮມ 36ມາເນີ ກິລາສາກົນ ໃຫ້ບໍລິການຊາແບບດັ່ງເດີມຫຼາກຫຼາຍຊະນິດ ແລະ ຍັງມີບໍລິການຫ້ອງດື່ມຊາແບບສ່ວນຕົວນຳອີກ, ເຊິ່ງມີທັງໝົດຢູ່ 3 ຫ້ອງທີ່ແຕກຕ່າງກັນຄື: ຫ້ອງຊາແບບລາວ, ແບບຈີນ ແລະ ແບບຍີ່ປຸ່ນ. ໃນຫ້ອງດື່ມຊາທີ່ສະບາຍໆນັ້ນ, ທ່ານສາມາດເພີດເພີນກັບຊາໃນຫ້ອງດື່ມຊາອັນງຽບສະຫງົບ, ມີການ້ຳຊາ 1 ໜ່ວຍ, ເຄື່ອງຫອມເລັກນ້ອຍ, ພ້ອມກັບສະຫາຍ 2-3 ຄົນ, ນັ່ງງຽບໆເພີດເພີນໄປກັບຊາ ແລະ ສຳຜັດເຖິງວັດທະນະທໍາຊາທີ່ມີປະຫວັດສາດອັນຍາວນານ, ເຮັດໃຫ້ບົດສົນທະນາຂອງທ່ານຄ່ອຍໆລະລາຍຄວາມຕຶງຄຽດ ແລະ ຄວາມກັງວົນອອກໄປໃນຊ່ວງເວລານັ້ນໆ.

Sakura Room

ຕົ້ນຊາທີ່ໂຮງແຮມພວກເຮົາຄັດສັນມາ ແມ່ນໄດ້ມາຈາກຕົ້ນຊາບູຮານທີ່ເກົ່າແກ່ມີອາຍຸຕັ້ງແຕ່ 300 ຫາ 1500 ປີ, ປະສົມປະສານກັບເຕັກນິກການປຸງແຕ່ງຊາແບບຈີນບູຮານ ກັບສ່ວນປະສົມຈາກທຳມະຊາດອັນບໍລິສຸດຂອງລາວ. ຜະລິດຕະພັນນີ້ໄດ້ຜ່ານການຮັບຮອງການກວດສອບມາດຕະຖານເອີຣົບ, ມີການຢັ້ງຢືນວ່າປອດສານພິດ, ມີການຢັ້ງຢືນແຫຼ່ງຜະລິດຂອງລາວ ແລະ ອື່ນໆ. ນອກຈາກນັ້ນ, ຍັງໄດ້​ຮັບ​ການ​ຄັດເລືອກ​​ໃຫ້ເປັນ​ຂອງຂວັນ​ແຫ່ງ​ຊາດ​ຈາກ​ລັດຖະບານ​ ສປປ ລາວ, ພ້ອມ​ທັງ​ໄດ້​ມອບ​ໃຫ້​ເປັນ​ຊາ ​ສຳລັບຮອງຮັບ​ວຽກ​ງານ​ການ​ຕ່າງປະ​ເທດ​ຢ່າງ​ເປັນ​ທາງ​ການ​ຂອງ​ຫ້ອງ​ວ່າການ​ນາຍົກລັດຖະມົນຕີ ສປປ ລາວ, ຊາ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລາວ-ຈີນ​ຄົບຮອບ 60 ປີ ​ແລະ ຊາ​ເພື່ອ​ກິດຈະກຳ​ຂອງ​ປີ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທໍາ​ລາວ-ຈີນ​, ພ້ອມນັ້ນຍັງໄດ້ຮັບລາງວັນຊະນະເລີດຫຼຽນຄໍາ ຈາກການແຂ່ງຂັນອຸດສາຫະກໍາຊາໂລກ ໃນປີ 2021.

Champa Room