the best

OF TEA

ສວນຊາ 36 ຕັ້ງຢູ່ພາກໃຕ້ຂອງປະເທດລາວ ທີ່ເມືອງ ປາກຊ່ອງ, ແຂວງຈໍາປາສັກ. ເຂດພູພຽງບໍລິເວນ ເປັນເຂດດິນພູເຂົາໄຟເຊິ່ງເປັນເຂດດິນທີ່ດີທີ່ສຸດໃນການປູກຊາ ແລະ ຍັງນອນຢູ່ໃນເຂດພູມອາກາດຊຸ່ມເຢັນ ສົ່ງຜົນໃຫ້ຊາມີລົດຊາດດີເປັນພິເສດ. ພວກເຮົາໄດ້ລົງທຶນກໍ່ສ້າງລະບົບໂຮງງານຜະລິດຊາທີ່ສວນຊາ 36 ປາກຊ່ອງເພື່ອຮັກສາໄວ້ຕົ້ນຊາທ້ອງຖິ່ນຂອງປະຊາຊົນລາວທີ່ມີມານັບພັນປີ ແລະ ພັດທະນາສວນຊາເພື່ອໃຫ້ໄດ້ໃບຊາຄຸນນະພາບດີ ເສີມສ້າງຜະລິດຕະພັນທ້ອງຖິ່ນຂອງລາວ. ສວນຊາ 36 ເປັນບໍລິສັດດຽວໃນລາວທີ່ຜະລິດຊາແບບປະສົມປະສານນັບແຕ່ຂັ້ນຕອນການປູກ, ການເກັບ, ການຜະລິດຈົນຮອດການຈຳໜ່າຍ. ໃນເນື້ອທີ່150 ເຮັກຕາຂອງສວນຊາ 36 ປະກອບດ້ວຍຕົ້ນຊາພັນປີ, ຕົ້ນຊາຮ້ອຍປີ, ຕົ້ນໄມ້ກິນໝາກ, ພ້ອມດ້ວຍຕົ້ນກາເຟ. ພວກເຮົາໄດ້ພະຍາຍາມຮັກສາຄວາມສະອາດ ແລະ ສິ່ງແວດລ້ອມເພື່ອໃຫ້ເຂດນີ້ເປັນເຂດນິເວດວິທະຍາສີຂຽວຂອງປະເທດລາວ, ເປັນໜ້າຕາຂອງລາວເຮົາ.  

Product Specification

ຊາລາສີປາກຊ່ອງ

ຊາລາສີ ປາກຊ່ອງລາວ ປີ 2023 (ຊາຂຽວ) ເປັນຊາທີ່ຄັດເລືອກມາຈາກ 1 ຍອດ 2 ໃບຂອງຕົ້ນຊາບູຮານທີ່ມີອາຍຸ 800 ປີ, ຮູບແຜ່ນລຽບງາມ, ຜະລິດປຸງແຕ່ງດ້ວຍມື, ຫຼັງຈາກຊົງຊາແລ້ວ ຈະມີກິ່ນຫອມຄ້າງໄວ້ເປັນໄລຍະຍາວ, ລົດຊາດສົດໃໝ່ແຊບຫຼາຍ, ນໍ້າຊາມີຄວາມເຫຼືອງໃສ. ແຜ່ນ 1 ມີ 357g

800

ອາຍຸຕົ້ນຊາ

2900

ຍອດຂາຍ

6

ລາງວັນ

ຢົກປາກຊ່ອງ

230 USD

  • ຊາຂາວ.
  • 180g (5g x 36 bags).
  • ລາຄາ 4,600,000 Kip

ທັບທິມແດງປາກຊ່ອງ

70 USD

  • ຊາດຳ.
  • 120g (5g x 24bags).
  • ລາຄາ 1,400,000 Kip
500

ອາຍຸຕົ້ນຊາ

8868

ຍອດຂາຍ

6

ລາງວັນ

Visit 36 Manor

ຄວາມ​ບໍ​ລິ​ສຸດ​ຜຸດ​ຜ່ອງ, ຈິດ​ວິ​ນຍານ ແລະ ຄວາມ​ເປັນ​ທຳ​ມະ​ຊາດ ພຽງແຕ່ຊາຈອກດຽວກໍສາມາດ​ເຮັດ​ໃຫ້​ທ່ານ​ສຳ​ພັດ​ໄດ້​ເຖິງ​ຄວາມ​ເປັນ​ລາວ​ທີ່​ແທ້​ຈິງ. ​ເຂດພູພຽງບໍລິເວນທາງພາກໃຕ້ຂອງປະເທດລາວ ​ຢູ່ຈຸດ​ກິ​ໂລ​ແມັດ​ທີ 36 ຂອງຕົວເມືອງປາກຊ່ອງ ມີຕົ້ນຊາຫຼາຍລ້ານຕົ້ນທີ່ມີອາຍຸຮ້ອຍເຖິງພັນປີ​ປະສົມປະສານໄປດ້ວຍຕົ້ນໝາກໄມ້, ຕົ້ນດອກໄມ້ປ່າ ແລະ ຕົ້ນກາເຟ. ສວນຊາ 36 ຖືກສ້າງຕັ້ງຂຶ້ນໃນປີ 2017 ມີເນື້ອທີ່ 150 ເຮັກຕາ, ໂດຍໃຫ້ຄວາມໃສ່ໃຈຕໍ່ທຸກໆຂັ້ນຕອນຂອງການປູກຊາ ແລະ ການຜະລິດ. ຫຼັກການສໍາຄັນຂອງພວກເຮົາແມ່ນຢູ່​ກັບ​ທຳ​ມະ​ຊາດ ແລະ ເປັນ​ມິ​ດ​ກັບ​ສິ່ງ​ແວດ​ລ້ອມ. ຕົ້ນຊາທີ່ເກົ່າແກ່ເຫຼົ່ານີ້ ນອກຈາກຈະອາໄສດິນ​ພູ​ເຂົາໄຟທີ່ອຸດົມສົມບູນແລ້ວ ກໍບໍ່ໄດ້ໃສ່ປຸຍເຄມີໃດໆຕື່ມອີກ ຈຶ່ງເຮັດໃຫ້ຊາຂອງພວກເຮົາມີລົດຊາດທີ່ອ່ອນໂຍນຕິດພັນທຳມະຊາດທີ່ສຳຜັດໄດ້ເຖິງຍອດຂອງໃບຊາ​ທີ່ແທ້ຈິງ. ການສືບທອດງານສີມືຕົ້ນຕໍາລັບຊາທີ່ແທ້ຈິງຂອງພວກເຮົາໄດ້ກາຍເປັນຄວາມພາກພຸມໃຈຂອງຄົນ​ລາວ ແລະ ພວກເຮົາພ້ອມແລ້ວທີ່ຈະມອບຊັບສົມບັດອັນລ້ຳຄ່ານີ້ໄປສູ່ພາຍນອກ.

36 manor

Organic Tea

ສວນຕົ້ນຊາບູຮານ 36 ໄດ້ເປັນໂຕເຊື່ອມໂຍງໃນການປະສົມປະສານເຕັກນິກການຜະລິດຊາທຳມະຊາດບໍລິສຸດລາວ-ຈີນໃຫ້ກ້າວໜ້າຄຽງຄູ່ກັນໄປ ແລະ ຜະລິດຕະພັນຊາຂອງສວນຊາ 36 ຍັງໄດ້ຜ່ານການກວດສອບ
ຄຸນນະພາບຊາລະດັບສາກົນອີກດ້ວຍ. ຜະລິດຕະພັນຊາຈາກສວນຊາ 36 ມັກຈະຖືກເລືອກຈາກລັດຖະບານລາວໃນການມອບເປັນຂອງຕ້ອນອັນມີກຽດຂອງຊາດຕໍ່ຊາວໂລກ. ຜະລິດຕະພນຊາຂອງສວນຊາ 36 ຍັງໄດ້ຜ່ານການກວດສອບ ຄຸນນະພາບຊາລະດັບສາກົນອີກດວຍ.

Visit 36 Manor

ລາວເປັນປະເທດທີ່ມີຄວາມລຶກລັບຫນ້າຄົ້ນຫາ ແລະ ເປັນປະເທດທີ່ສວຍສົດງົດງາມ ພ້ອມມີຮອຍຍີ້ມທີ່ຈິງໃຈ, ເຊີ່ງມີແຫລ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນແລະຮັ່ງມີທາງລະບົບນິເວດວິທະຍາເຊິ່ງໄດ້ສ້າງສວນຊາ36ແຫ່ງນີ້ທີ່ຫາໃສ່ບໍ່ໄດ້ແລະຖືໄດ້ວ່າເປັນຊາພັນປີ ໃນເນື້ອທີ່ທັງຫມົດ150ເຮັກຕ້າ ທີ່ພູບໍລິເວນແລະ ມີຕົ້ນກາເຟປູກອອ້ມຮອບເຊີ່ງໄດ້ກາຍເປັນພາບທຳມະຊາດ ແລະ ບັນຍາກາດທີ່ຫາປຽບໃສ່ໄດ້ຍາກ. ໃນສວນຊາ36ແຫ່ງນີ້ ມີຊາແລະກາເຟພັນປີຈາກທຳມະຊາດ, ບໍ່ມີສານພິດແລະສານເຄມີ ໂດຍມີການນຳເອົາສິນລະປະແລະແນວຄິດອັນສ້າງສັນຈາກທ້ອງຖີ່ນທີ່ສ້າງໃຫ້ເປັນສວນໃບຊາ ແລະ ມັນສາມາດນຳເອົາສະເຫນ່ແລະກີ່ນອາຍຫອມຂອງທ້ອງຖີ່ນມາໃຫ້ທ່ານໄດ້ສຳຜັດອີກດ້ວຍ.

36 Manor