ສູນອອກກໍາລັງກາຍຂອງໂຮງແຮມຂະໜາດໃຫຍ່ ແລະ ປອດໂປ່ງ ປະກອບມີອຸປະກອນອອກກໍາລັງກາຍທີ່ທັນສະໄໝຄົບວົງຈອນ ແລະ ມີຕາຕະລາງການອອກກໍາລັງກາຍນຳອີກ.ໃນສູນອອກກຳລັງກາຍທີ່ນີ້ ທ່ານຈະໄດ້ຮັບປະສົບການໃນການອອກກຳລັງກາຍທີ່ແສນພິເສດ, ໃຫ້ຄວາມຮູ້ສຶກທີ່ຕື່ນເຕັ້ນ ແລະ ກະຕືລືລົ້ນໄປພ້ອມໆກັບຄວາມມີຊີວິດຊີວາ ແລະ ສຳຜັດໄດ້ເຖິງຜົນລັບທີ່ດີຕໍ່ສຸຂະພາບ.