• ສວນຊາ36 ໄດ້ຕ້ອນຮັບຂະບວນທັດສະນະສຶກສາຈາກມະຫາວິທະຍາໄລຈຳປາສັກ

    ໃນວັນທີ 5 ພຶດສະພາ 2024 ທີ່ສວນຊາ ແລະ ໂຮງງານຜະລິດຊາສວນຊາ36 ບ້ານ ຫຼັກ36, ເມືອງປາກຊ່ອງ ທີມງານຂອງພວກເຮົາໄດ້ຕ້ອນຮັບຂະບວນທັດສະນະສຶກສາຈາກມະຫາວິທະຍາໄລຈຳປາສັກ ເຊິ່ງເປັນນັກສຶກສາປະລິນຍາໂທ 23 ຄົນ. ທັດສະນະສຶກສາດັ່ງກ່າວແມ່ນມີຈຸດປະສົງເພື່ອສຶກ​ສາ ແລະ ເກັບກຳ​ຂໍ້ມູນການ​ຜະ​ລິດ​ຊາ​ຢູ່​ໃນ​ຕົວ​ເມືອງປາກຊ່ອງ.

    ພວກເຮົາຮູ້ສຶກຍິນດີທີ່ໄດ້ມີສ່ວນຮ່ວມ ແລະ ສະໜອງຂໍ້ມູນຕ່າງໆ ເປັນຕົ້ນແມ່ນດ້ານການຜະລິດ ແລະ ປຸງແຕ່ງຊາມາດຕະຖານອິນຊີ ຂອງບໍລິສັດສວນຊາ36 ເພື່ອອຳນວຍຄວາມສະດວກການລົງຢ້ຽມຢາມໃນຄັ້ງນີ້. ສຸດທ້າຍນີ້, ຂໍຊົມເຊີຍຜົນສຳເລັດໃນການທັດສະນະສຶກສາ ແລະ ຂໍອວຍພອນໄຊໃຫ້ແດ່ຜູ້ເຂົ້າຮ່ວມທຸກຄົນ ຈົ່ງປະສົບຜົນສຳເລັດໃນທຸກໆດ້ານ.


  • ພາບບັນຍາກາດສະເຫຼີມສະຫຼອງວັນສ້າງຕັ້ງສວນຊາ36 ຄົບຮອບ 7 ປີ

    ໃນວັນທີ 6 ມີນາ 2024 ນີ້, ສວນຊາ36 ໄດ້ຈັດງານລ້ຽງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສວນຊາ36 ຄົບຮອບ 7 ປີ ທີ່ຮ້ານ Pillar House. ບັນຍາກາດພາຍໃນງານເປັນໄປດ້ວຍຄວາມອົບອຸ່ນ ແລະ ມ່ວນຊື່ນ.

    ທ່ານນາງ ຢວນທຽນ ຜູ້ບໍລິຫານສວນຊາ36 ໄດ້ກ່າວໃນງານວ່າ: “ກ່ອນອື່ນ ຂໍຂອບໃຈມາຍັງລູກຄ້າ, ຕົວແທນ ແລະ ໝູ່ເພື່ອນທຸກທ່ານທີ່ໃຫ້ການສະໜັບສະໜູນ ແລະ ຕິດຕາມສວນຊາ36 ຂອງພວກເຮົາຕະຫຼອດ 7 ປີ ທີ່ຜ່ານມາ. ຍ້ອນຄວາມໄວ້ວາງໃຈ ແລະ ມິດຕະພາບທີ່ດີຂອງທຸກທ່ານ ເຮັດໃຫ້ພວກເຮົາພັດທະນາ ແລະ ມີຜົນງານມາຮອດຈຸດນີ້”.

    “ໃນເວລາ 7 ປີ ທີ່ຜ່ານມາ, ສວນຊາ36 ໄດ້ພະຍາຍາມປັບປຸງຄຸນນະພາບຢ່າງຕໍ່ເນື່ອງ. ທຸກໆຂະບວນການຜະລິດ ແມ່ນໄດ້ຮັບການເອົາໃຈໃສ່ຢ່າງເຂັ້ມງວດ. ພວກເຮົາໄດ້ຄົ້ນຄິດສິນຄ້າໃໝ່ ແລະ ປັບປຸງການບໍລິການໃຫ້ດີຂຶ້ນເທື່ອລະກ້າວ ເພື່ອໃຫ້ລູກຄ້າໄດ້ຮັບຜະລິດຕະພັນຊາທີ່ມີຄຸນນະພາບ”.

    “ໃນອະນາຄົດຂ້າງໜ້າ, ພວກເຮົາຈະສືບຕໍ່ຕອບແທນລູກຄ້າດ້ວຍສິນຄ້າທີ່ມີຄຸນນະພາບ ແລະ ການບໍລິການທີ່ດີຂຶ້ນກວ່າເກົ່າ. ຂໍຂອບໃຈມາຍັງລູກຄ້າອີກຄັ້ງ ທີ່ໃຫ້ຄວາມເຊື່ອໝັ້ນ ແລະ ສະໜັບສະໜູນພວກເຮົາຕະຫຼອດມາ. ຄວາມໄວ້ວາງໃຈຂອງລູກຄ້າຄືແຮງຜັກດັນທີ່ເຮັດໃຫ້ບໍລິສັດຂອງພວກເຮົາກ້າວໜ້າ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ”.

    ນອກຈາກນີ້, ພວກເຮົາຍັງໄດ້ຖືໂອກາດດີນີ້ເປີດໂຕ 3 ຜະລິດຕະພັນໃໝ່ໃນງານດັ່ງກ່າວ ເຊິ່ງເປັນຊາຂາວ ແລະ ຊາດິບຄື: ຊາປາກຊ່ອງລາວປີທ່ອງທ່ຽວ (ຊາດິບ), ຊາບູຮານປາກຊ່ອງ (ຊາຂາວ) ແລະ ຊາລາສີປາກຊ່ອງລາວ 2024 (ຊາດິບ). ພາຍຫຼັງການເປີດໂຕ ແລະ ເປີດໃຫ້ຈອງສິນຄ້າໃໝ່ແລ້ວ, ກໍໄດ້ມີການຮັບປະທານອາຫານຄ່ຳຮ່ວມກັນ ແລະ ຈົກສະຫຼາກຂອງລາງວັນອີກດ້ວຍ.


  • ຂ່າວດີ! ສວນຊາ36 ມີໜ້າຮ້ານໃໝ່ແລ້ວທີ່ສະຖານນີລົດໄຟນະຄອນຫຼວງວຽງຈັນ

    ໃນວັນທີ 6 ມີນາ 2024 ສວນຊາ36 ໄດ້ເປີດຮ້ານໃຫມ່ທີ່ສະຖານນີລົດໄຟນະຄອນຫຼວງວຽງຈັນ ເພື່ອໃຫ້ລູກຄ້າສາມາດນັ່ງຈິບຊາລະຫວ່າງລໍຖ້າເດີນທາງ ແລະ ເລືອກຊື້ຊາຂອງພວກເຮົາເພື່ອເປັນຂອງຕ້ອນຂອງຝາກໄດ້ນຳອີກ.​

    ພາຍໃນຮ້ານມີຊາລາວຄຸນນະພາບດີທີ່ຜະລິດຢູ່ປາກຊ່ອງໃຫ້ເລືອກຫຼາກຫຼາຍແບບຕາມໃຈມັກ ທັງແບບເປັນຊອງພົກພາງ່າຍ ຊົງສະບາຍ, ແບບເປັນກ້ອນ ແລະ ແບບເປັນໃບຈາກຕົ້ນຊາບູຮານອາຍຸຫຼາຍຮ້ອຍປີ.

    ນອກນັ້ນ, ຍັງມີທັງແບບຊາດິບ, ຊາຂຽວ, ຊາແດງ ແລະ ຊາຂາວ. ທາງຮ້ານຍັງມີບ່ອນນັ່ງໄວ້ສຳລັບນັ່ງດື່ມຊາ ຫຼື ຈະເຮັດວຽກ, ລົມວຽກໄປນຳກໍ່ໄດ້.

    ຊາຂອງພວກເຮົາມີເອກະລັກສະເພາະ ແລະ ມີທັງລາຄາຈັບຕ້ອງໄດ້ ໄປຈົນເຖິງເກຣດພຣີມຽມ ແຕ່ທຸກແບບ ຕ່າງກໍ່ຜ່ານການກວດກາດ້ານມາດຕະຖານ ແລະ ໃບຢັ້ງຢືນມາດຕະຖານກະສິກຳອິນຊີລາວ (Laos Organic Certified) ແລະ ອື່ນໆ.

    📍 ຮ້ານຕັ້ງຢູ່ສະຖານນີລົດໄຟ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

    🕜 ເປີດໃຫ້ບໍລິການທຸກມື້ ເວລາ 6:30 ເຊົ້າ – 4:00 ແລງ


  • ພົບກັບສວນຊາ36 ໄດ້ທີ່ຮ່ວມງານບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ໄດ້ທີ່ຕະຫຼາດສະບາຍດີ ເມືອງປາກຊ່ອງ ໃນວັນທີ 21-23/2/2024 ນີ້.

    ໃນວັນທີ 21 ກຸມພາ 2024, ງານບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ໄດ້ຖືກເປີດຂຶ້ນຢ່າງເປັນທາງການທີ່ຕະຫຼາດສະບາຍດີ, ເມືອງປາກຊ່ອງ, ແຂວງຈໍາປາສັກ. ພ້ອມດຽວກັນນັ້ນ, ໃນງານຍັງມີຫຼາຍກິດຈະກຳຕ່າງໆເຊັ່ນ: ການປະກວດຄຸນນະພາບກາເຟ, ການແຂ່ງຂັນປຸງແຕ່ງກາເຟ, ປຸງແຕ່ງອາຫານ, ງານສໍາມະນາ ແລະ ເສວະນາໃນຫົວຂໍ້ຕ່າງໆ.

    ຈຸດປະສົງຂອງງານນີ້ແມ່ນເພື່ອລວບລວມເອົາສິນຄ້າທ່າແຮງ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ສິນຄ້າໂອດ໋ອບ) ພາຍໃນແຂວງ ແລະ ຫົວໜ່ວຍທຸລະກິດກະສິກຳ ແລະ ອຸດສາຫະກຳພາຍໃນແຂວງ ແລະ ຕ່າງແຂວງ ເຂົ້າມາວາງສະແດງ ແລະ ຈໍາໜ່າຍ ແລະ ເພື່ອເປັນການສົ່ງເສີມ-ຊຸກຍູ້ການຊົມໃຊ້ສິນຄ້າທ້ອງຖິ່ນໃຫ້ຫຼາຍຂຶ້ນ.

    ສວນຊາ36 ຂອບໃຈທຸກທ່ານທີ່ສະໜັບສະໜຸນພວກເຮົາຕະຫຼອດມາ. ສຳລັບໃຜທີ່ມັກດື່ມຊາ-ກາເຟ ຫຼື ຢາກລອງ ແລະ ສະໜັບສະໜູນສິນຄ້າລາວ ເຊີນຊວນທຸກທ່ານມາຮ່ວມງານນຳກັນ ແລະ ຢ່າລືມມາແວ່ຊິມຊາພວກເຮົານຳເດີ້!

    📍 ສະຖານທີ່: ຕະຫຼາດສະບາຍດີ, ເມືອງປາກຊ່ອງ, ຈໍາປາສັກ

    ⏰ ເວລາ: 8:00 ໂມງເຊົາ – 6:00 ໂມງແລງ

    📆 21/2/2024 – 23/2/2024


  • ພົບກັບສວນຊາ36 ໄດ້ທີ່ງານວາງສະແດງການທ່ອງທ່ຽວອາຊຽນ 2024 (TRAVEX 2024) ທີ່ໄອເຕັກ ວັນທີ 24 ຫາ 26/1/2024 ນີ້.

    ງານວາງສະແດງດັ່ງກ່າວແມ່ນສ່ວນໜຶ່ງຂອງ ກອງປະຊຸມການທ່ອງທ່ຽວອາຊຽນ 2024 ທີ່ປີນີ້ລາວເຮົາໄດ້ເປັນເຈົ້າພາບ ພາຍໃຕ້ຫົວຂໍ້: “ການທ່ອງທ່ຽວທີ່ມີຄຸນນະພາບ ແລະ ຄວາມຮັບຜິດຊອບ – ອາຊຽນທີ່ຍືນຍົງໃນອະນາຄົດ.” ໃນງານທ່ານຈະໄດ້ພົບກັບຜະລິດຕະພັນ ແລະ ການບໍລິການຕ່າງໆ ດ້ານການທ່ອງທ່ຽວ, ທີ່ພັກ, ອາຫານ ແລະ ເຄື່ອງດື່ມ, ການຄົມມະນາຄົມຂົນສົ່ງ ແລະ ການບັນເທີງ ເປັນຕົ້ນ.

    ຈຸດປະສົງຂອງງານນີ້ແມ່ນເພື່ອແນໃສ່ການເພີ່ມທະວີຄວາມຮ່ວມມືດ້ານການທ່ອງທ່ຽວພາຍໃນພາກພື້ນອາຊຽນ, ເສີມຂະຫຍາຍຜະລິດຕະພັນການທ່ອງທ່ຽວໃຫ້ສາມາດດຶງດູດນັກທ່ອງທ່ຽວສາກົນໄດ້ຫຼາຍຂຶ້ນ. TRAVEX ເປັນງານວາງສະແດງການຄ້າການທ່ອງທ່ຽວຊັ້ນນໍາໃນອາຊີຕາເວັນອອກສຽງໃຕ້ ທີ່ໄດ້ລວບລວມເອົາຄວາມເປັນເອກະລັກຂອງອາຊຽນມາໄວ້ໃນບ່ອນດຽວ.

    ສວນຊາ36 ພູມໃຈທີ່ຊາຂອງພວກເຮົາໄດ້ຖືກລັດຖະບານລາວເລືອກໄປນຳໃຊ້ໃນງານປີທ່ອງທ່ຽວລາວ ເພື່ອເປັນຂອງທີ່ລະນຶກຈາກລາວມອບໃຫ້ບັນດາທ່ານຜູ້ນຳທີ່ມາຮ່ວມງານ. ນອກນັ້ນ, ພວກເຮົາກໍໄດ້ນຳເອົາຊາບູຮານລາວ ຈາກປາກຊ່ອງໄປວາງສະແດງ ແລະ ຈຳໜ່າຍໃນງານຢ່າງຫຼາກຫຼາຍ. ມາຊິມຊາຫອມໆພ້ອມດ້ວຍຄຸນປະໂຫຍດເນັ້ນໆນຳກັນ. ເຊີນຊວນທຸກທ່ານເຂົ້າຮ່ວມງານນຳກັນເດີ້ ແລ້ວພົບກັນ!

    📍 ສະຖານທີ່: ສູນວາງສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ)

    ⏰ ເວລາ: 9:00 ໂມງ – 5:00 ໂມງ

    📆 24/1/2024 – 26/1/2024


  • ຜູ້ເຂົ້າປະກວດນາງສາວລາວ 2023 ຮຽນຊົງຊາແບບດັ້ງເດີມກັບສວນຊາ36 ທີ່ໂຮງແຮມ 36ມາເນີ ກິລາ ສາກົນ.

    ໃນວັນທີ 7 ທັນວາ 2023 ເວລາ 14:00 ທີ່ຫ້ອງວາງສະແດງ ແລະ ຈຳໜ່າຍຊາພາຍໃນໂຮງແຮມ 36ມາເນີ ກິລາ ສາກົນ ບ້ານສົມສະຫງ່າ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ທີມງານສວນຊາ36 ໄດ້ຕ້ອນຮັບຜູ້ເຂົ້າປະກວດນາງສາວລາວ 2023 ທັງ 30 ນ້ອງນາງສາວ ພ້ອມດ້ວຍຄະນະທີມງານກອງປະກວດ ເພື່ອຮຽນຮູ້ວັດທະນະທຳ ແລະ ວິທີການຊົງຊາແບບບູຮານຈາກຜູ້ຊ່ຽວຊານຊົງຊາໂດຍສະເພາະ.

    ພວກເຮົາໄດ້ສິດສອນທັງພາກທິດສະດີ ແລະ ປະຕິບັດຕົວຈິງ ເພື່ອໃຫ້ທຸກນ້ອງນາງສາວສາມາດເຂົ້າໃຈຢ່າງເລິກເຊິ່ງ ແລະ ນຳໃຊ້ໄດ້ຢ່າງມີປະສິດທິຜົນ. ນອກນັ້ນ, ພວກເຮົາຍັງໄດ້ຫຼິ້ນກິດຈະກຳແຂ່ງຂັນຊົງຊາຮ່ວມກັນ, ນຳສະເໜີຂໍ້ມູນກ່ຽວກັບສວນຊາ36, ຊັບພະຄຸນ ແລະ ຄຸນປະໂຫຍດຂອງຊາແຕ່ລະຊະນິດອີກດ້ວຍ.

    ກິດຈະກຳດັ່ງກ່າວແມ່ນຜ່ານໄປໄດ້ດ້ວຍດີ ເຫັນໄດ້ວ່ານ້ອງນາງສາວແຕ່ລະຄົນມີຄວາມຕັ້ງໃຈ ແລະ ເອົາໃຈໃສ່ເປັນຢ່າງດີ ສາມາດຮຽນຮູ້ ແລະ ປະຕິບັດໄດ້ຈິງ. ຫຼັງຈາກຮຽນຈົບແລ້ວ, ສວນຊາ36 ກໍ່ໄດ້ມອບຊາເພື່ອເປັນທີ່ລະນຶກໃຫ້ນ້ອງໆ ແລະ ພວກເຮົາຂໍເປັນກຳລັງໃຈໃຫ້ໃນການປະກວດຄັ້ງນີ້ດ້ວຍ.

    ມາຮ່ວມລຸ້ນ ແລະ ໃຫ້ກຳລັງໃຈຜູ້ເຂົ້າຮ່ວມປະກວດນາງສາວໃນຮອບຕັດສິນ ແລະ ປະກາດຜູ້ຊະນະເລີດໄດ້ໃນວັນທີ 15 ທັນວາ 2023 ນີ້!

    ນາງສາວລາວເວທີແຫ່ງກຽດຕິຍົດ ແລະ ຄວາມພູມໃຈຂອງແມ່ຍິງລາວ.


  • ສວນຊາ 36 ໄດ້ຈັດກິດຈະກຳການຝຶກອົບຮົມວິທີການຊົງຊາແບບດັ້ງເດີມ ໃຫ້ແກ່ຜູ້ໂຊກດີຈຳນວນ 9ທ່ານ ໃນວັນທີ 25 /11/2023

    ສວນຊາ 36 ໄດ້ຈັດກິດຈະກຳດີໆນັ້ນກໍຄື ການຝຶກອົບຮົມວິທີການຊົງຊາແບບດັ້ງເດີມ ໃຫ້ແກ່ຜູ້ໂຊກດີທີ່ໄດ້ເຂົ້າມາຮ່ວມກິດຈະກຳຄັ້ງນີ້ມີຈຳນວນ 9ທ່ານ ໃນລະຫວ່າງວັນທີ 25 /11/2023 ຢູ່ທີ່ຫ້ອງວາງສະແດງສິນຄ້າ ສວນຊາ36.

    ການຝຶກອົບຮົມຄັ້ງນີ້ແມ່ນເປັນໄປໄດ້ ແລະ ຈົບລົງຢ່າງສຳເລັດຜົນດ້ວຍຄວາມສະຫງ່າງາມ. ຊ່ຽວຊານຊົງຊາຂອງພວກເຮົາໄດ້ໃຫ້ຄວາມຮູ້ໃນການຊົງຊາ ຕາມວິທີ ທີ່ຖືກປະຕິບັດຕາມຕົ້ນຕຳລັບທີ່ມີມາຫຼາຍຮ້ອຍປີ ເຊິ່ງເປັນກຳມະວິທີທີ່ລະອຽດອ່ອນ ທີ່ຍັງຕ້ອງອາໄສຄວາມອົດທົນ, ໄຫວພິບ ແລະ ສິລະປະລາຍມື ເພື່ອປະຕິບັດຕາມແຕ່ລະຂັ້ນຕອນໃຫ້ຖືກຕ້ອງ, ເໝາະສົມສຳລັບຊາແຕ່ລະປະເພດ ເພື່ອໃຫ້ຊັບພະຄຸນຂອງຊາຍັງຄົງຢູ່ ແລະ ລົດຊາດຂອງຊານັ້ນໆອອກມາດີທີ່ສຸດ.

    ສຸດທ້າຍທາງສວນຊາ36 ໄດ້ມອບໃບຢັ້ງຢືນໃນການຮຽນຊົງຊາໃນຄັ້ງນີ້ ພວກເຮົາຫວັງເປັນຢ່າງຍິ່ງວ່າການຝຶກອົບຮົມຄັ້ງນີ້ ຈະອຳນວຍຄວາມສະດວກ ແລະ ເກີດປະໂຫຍດແກ່ຜູ້ເຂົ້າຮ່ວມງານທຸກທ່ານ ໃນການປະຕິບັດວຽກງານ ໃນອະນາຄົດຕໍ່ໜ້ານີ້ດ້ວຍ.

  • ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທີ 6 (CIIE) ​ໄດ້​ຈົບລົງແລ້ວຢ່າງ​ສຳ​ເລັດ​ຜົນ ໃນວັນທີ 10 ພະຈິກ 2023 ທີ່ນະຄອນຊຽງໄຮ.

    ຕະຫຼອດ 5 ວັນຂອງງານວາງສະແດງ ສວນຊາ36 ໄດ້​ສຳເລັດໜ້າທີ່ດ້ວຍດີ. ພວກເຮົານຳ​ໃຊ້​ຊາບູຮານລາວຈາກປາກຊ່ອງ​ເປັນ​ສື່​ກາງ ໃນການ​ເຜີຍ​ແຜ່​ ແລະ ກະຈາຍສິນຄ້າ​ຊາ​ລາວ​ຢ່າງ​ຕັ້ງໜ້າ, ​ໄດ້​ສຸມ​ໃສ່​ການ​ນຳສະເໜີກ່ຽວກັບບໍລິສັດ ແລະ ຜະລິດຕະພັນຊາ​​ຢ່າງ​ເຕັມທີ່ ​ແລະ ​ໄດ້​ຂະຫຍັບຂະຫຍາຍການຮ່ວມ​ມື​ກັບສາກົນອີກດ້ວຍ.

    ຫ້ອງວາງສະແດງຂອງພວກເຮົາອົບອວນໄປດ້ວຍກິ່ນຫອມຈາກຊາຢູ່ຕະຫຼອດ ເຮັດໃຫ້ເຊີນຊົນຜູ້ຄົນເຂົ້າມາຊິມຊາຢູ່ເລື້ອຍໆ ແລະ ອຸດໜູນຊາຂອງພວກເຮົານຳອີກ ຖືໄດ້ວ່າໄດ້ຮັບຜົນຕອບຮັບທີ່ດີພໍສົມຄວນ.

    ສວນຊາ36 ຂໍຂອບໃຈມາຍັງລູກຄ້າທຸກໆທີ່ອຸດໜຸນພວກເຮົາ ແລະ ຂອບໃຈສຳນັກຂ່າວຕ່າງໆທີ່ໃຫ້ຄວາມສົນໃຈມາສຳພາດພວກເຮົາໃນງານຄັ້ງນີ້ດ້ວຍ. ສວນຊາ36 ຈະຢຶດໝັ້ນຮັກສາມາດຕະຖານໃນການຜະລິດຊາດ້ວຍໃຈ ແລະ ພັດທະນາສິນຄ້າລາວ ເພື່ອສົ່ງຕໍ່ສິ່ງທີ່ດີທີ່ສຸດໃຫ້ແກ່ຜູ້ບໍລິໂພກທົ່ວໂລກ.


  • 5 ພະຈິກ 2023, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 6 (CIIE) ໄດ້ຖືກເປີດຂຶ້ນຢ່າງເປັນທາງການທີ່​ນະ​ຄອນ​ຊຽງ​ໄຮ.

    CIIE ​ເປັນ​ເວ​ທີ​ສາ​ກົນ​ທີ່​ສົ່ງ​ເສີມ​ການ​ຮ່ວມມື​ລະ​ຫວ່າງ​ຈີນ​ກັບ​ຕະ​ຫຼາດ​ໂລກ​ ທັງເປັນການ​ເຊື່ອມ​ໂຍງ​ການຮ່ວມມືຂອງກຸ່ມອຸດ​ສາ​ຫະ​ກໍາ​ ແລະ ບໍລິສັດຊັ້ນນຳຈາກຫຼາຍປະເທດທົ່ວໂລກ ເພື່ອສົ່ງ​ເສີມ​ການຄ້າລະຫວ່າງປະເທດ, ການແລກປ່ຽນຄວາມຄິດສ້າງສັນ ແລະ ປະກອບສ່ວນເຂົ້າໃນການຟື້ນຟູ ແລະ ຊຸກຍູ້ເສດຖະກິດໂລກອີກດ້ວຍ.

    ​ບໍລິສັດ ລາວທີຊິກມາເນີ ການຄ້າ ຂາອອກ-ຂາເຂົ້າ (ສວນຊາ36) ບໍ່ພາດທີ່ຈະເຂົ້າຮ່ວມງານ ເພື່ອເປັນຕົວແທນສິນຄ້າຊາລາວໄປວາງສະແດງ ແລະ ຈຳໜ່າຍໃນງານມະຫະກຳນີ້.​ ຜ່ານປະສົບການທີ່ໄດ້ເຂົ້າຮ່ວມງານມາເປັນປີທີ 5, ພວກເຮົາໄດ້ເອົາໃຈໃສ່, ຂະຫຍັນຂັນແຂງ ແລະ ພັດທະນາຕົນເອງຕະຫຼອດມາ ເພື່ອເປັນໜ້າເປັນຕາໃຫ້ສິນຄ້າດີໆຈາກລາວສູ່ສາຍຕານານາປະເທດ.

    ພວກເຮົາຍຶດໝັ້ນເອົາ “ຄວາມດັ້ງເດີມ ແລະ ຄວາມບໍລິສຸດ” ​ເປັນ​ຄະຕິປະຈຳສວນຊາ36. ​ພວກເຮົາສຸດແສນພູມໃຈທີ່ໄດ້ເປັນຜູ້ປົກປັກຮັກສາຕົ້ນຊາອາຍຸຫຼາຍຮ້ອຍ ແລະ ພັນປີ, ພູມໃຈທີ່ໄດ້ສົ່ງຕໍ່ຂອງຂວັນດີໆຈາກທຳມະຊາດປາກຊ່ອງ ເພື່ອສຸຂະພາບທີ່ດີຂອງຜູ້ບໍລິໂພກ ຜ່ານຊາບູຮານທຳມະຊາດຈາກ ສວນຊາ36.

    ຫຼັງຈາກພິທີເປີດງານຢ່າງເປັນທາງການຈົບລົງ​ ກໍມີສຳນັກຂ່າວຈາກຊຽງໄຮມາຢ້ຽມຢາມ ແລະ​ ສຳພາດພວກເຮົາອີກດ້ວຍ.​ ນອກຈາກນຳສິນຄ້າມາວາງສະແດງ ພວກເຮົາຍັງຄຳນຶງເຖິງການແລກປ່ຽນຄວາມຮູ້​, ຊອກຫາການຮ່ວມມື,​ເຜີຍແຜ່​ຊາບູຮານລາວ​ ລວມເຖິງຄວາມ​ງາມ​ຂອງ​ພູພຽງ​ບໍລະເວນ ​ແລະ ​ພະຍາຍາມ​ພັດທະນາ​ຊ່ອງ​ທາງ​ຂະຫຍາຍຊາ​ລາວ​ອອກ​ສູ່​ຕະຫຼາດ​ໂລກ.


  • ກຽມພົບກັບສວນຊາ36 ໄດ້ທີ່ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທີ 6 (CIIE) ທີ່ຈະ​ຖືກຈັດ​ຂຶ້ນ​ຢູ່​ຫ້ອງວາງສະ​ແດງ​​ແຫ່ງ​ຊາດ​ຊຽງ​ໄຮ ເລີ່ມ​ແຕ່​ວັນ​ທີ 5 ຫາ​ 10 ພະຈິກ 2023 ​ນີ້.

    The 6th China International Import Expo ແມ່ນ​ຫນຶ່ງ​ໃນ​ງານ​ວາງ​ສະ​ແດງ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ​. ພາຍໃນງານແມ່ນໄດ້ລວບລວມເອົາ​ສິນຄ້າຈາກ 154 ປະ​ເທດ ​ເຊິ່ງຄາດ​ວ່າ​ຈະ​ມີ​ນັກ​ວາງ​ສະ​ແດງ​ຫຼາຍກວ່າ 3.400 ຄົນ ແລະ ມີນັກ​ທ່ອງ​ທ່ຽວ​ລົງທະບຽນເຂົ້າຊົມງານແລ້ວ 394.000 ຄົນ.

    ພິເສດໃນປີນີ້ແມ່ນມີ​ຜູ້​ບໍ​ລິ​ຫານ​ອາ​ວຸ​ໂສກວ່າ 100 ຄົນ​ທີ່​ມາ​ຈາກ 500 ບໍ​ລິ​ສັດ ​ແລະ​ ວິ​ສາ​ຫະ​ກິດ​ຊັ້ນ​ນໍາ​ຂອງ​ໂລກ​ຈະ​ເຂົ້າ​ຮ່ວມ. ງານດັ່ງກ່າວ​​ເປັນ​ງານທີ່ຈັດຂຶ້ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ ແລະ ການ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ສົ່ງເສີມຜົນປະໂຫຍດທັງສອງຟ່າຍ.

    ບໍລິສັດ ລາວທີຊິກມາເນີ ການຄ້າ ຂາອອກ-ຂາເຂົ້າ (ສວນຊາ36) ໄດ້ນຳເອົາຊາລາວບູຮານໄປວາງສະແດງໃນງານດັ່ງກ່າວເປັນຄັ້ງທີ 5 ແລ້ວ. ພວກເຮົາເປັນໜຶ່ງໃນບໍລິສັດ ທີ່ຈັດຢູ່ໃນຂະແໜງການອຸດສາຫະກຳ ແລະ ກະສິກຳ ຂອງລາວ ທີ່ເຊື່ອມໂຍງເອົາການອະນຸລັກ, ເກັບກ່ຽວ, ການຜະລິດ ແລະ ຈຳໜ່າຍຊາບູຮານທັງພາຍໃນ ແລະ ຕ່າງປະເທດ.

    ພວກເຮົາພ້ອມແລ້ວ! ຫວັງວ່າຈະໄດ້ພົບກັນໃນໄວໆນີ້ເດີ້!
    📍ສະຖານທີ່: ສູນວາງສະແດງແຫ່ງຊາດ (ນະຄອນຊຽງໄຮ)
    ➡️ບູດທ໌ວາງສະແດງ: 1.1C7-2
    📆ເວລາ: 05/11/2023 – 10/11/2023