ທ່ານບໍ່ຄວນພາດສະປາແບບພິເສດທີ່ຫ້ອງສະປາຂອງໂຮງແຮມເຮົາ ເພາະຕັ້ງແຕ່ສິ່ງອໍານວຍຄວາມສະດວກທີ່ຄົບວົງຈອນ, ທິວທັດທີ່ງົດງາມປະສົມປະສານກັບສະປາແບບໄທ ແລະ ການນໍາໃຊ້ຢາພື້ນເມືອງລາວ ສ້າງຄວາມກົມກຽວກັນໄດ້ຢ່າງລົງໂຕ. ບວກໃສ່ແນວຄວາມຄິດການຟື້ນຟູ ແລະ ລ້າງພິດທີ່ທັນສະໄໝ, ເຮັດໃຫ້ທຸກທ່ານຮູ້ສຶກຜ່ອນຄາຍ ພ້ອມກັບດື່ມດ່ຳກັບຄວາມເປັນທໍາມະຊາດໃນເວລາດຽວກັນ. ຮ່າງກາຍຂອງທ່ານຈະສາມາດດູດຊືມເອົາກິ່ນອາຍແຫ່ງປ່າຝົນທີ່ສົດຊື່ນ, ເຮັດໃຫ້ທ່ານປົດປ່ອຍໄດ້ຢ່າງຜ່ອນຄາຍ.