ສະໜາມຍິງປືນສາກົນ 5 ເມສາທີ່ຕິດກັບໂຮງແຮມ ເປັນສະໜາມຍິງປືນແບບຄົບວົງຈອນທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ໂດຍມີການນຳໃຊ້ປືນ ແລະ ລູກປືນແທ້ເຂົ້າໃນກິດຈະກຳຫຼັກ. ມີຈຸດດີທີ່ເປັນເອກະລັກເຊັ່ນ: ມີບໍລິການທີ່ຫຼາກຫຼາຍທີ່ສຸດ, ອາວຸດຍຸດໂທປະກອນທີ່ທັນສະໄໝທີ່ສຸດ ແລະ ​ສິ່ງ​ອໍາ​ນວຍຄວາມສະດວກທາງການຄ້າ​ທີ່​ສົມ​ບູນ​ແບບທີ່ສຸດ.

ສະໜາມຍິງປືນສາກົນ 5 ເມສາ, ກວມເອົາເນື້ອທີ່ປະມານ 12 ເຮັກຕາ. ນັບຕັ້ງແຕ່ເປີດບໍລິການມາ, ກິດຈະກຳນີ້ໄດ້ຮັບຄວາມນິຍົມຫຼາຍຈາກຜູ້ຄົນຫຼາກຫຼາຍອາຊີບ ແລະ ຍັງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ. ຢູ່​ທີ່​ນີ້, ປືນບໍ່ແມ່ນອາວຸດແຫ່ງຄວາມຮຸນແຮງໃນ​ສົງຄາມອີກຕໍ່ໄປ, ​ແຕ່ເປັນ​ສັນຍາ​ລັກ​ຂອງ​ວັດທະນະທຳ​ກິລາ​ໃນ​ຍຸກສັນຕິພາບ,​ຖື​ແນວ​ຄວາມຄິດ​ວັດທະນະທຳ ​ແລະ ແບກຮັບພາລະກິດຂອງ​ຍຸກ​ສະ​ໄໝ, ຮັກ​ປືນ​ຢ່າງ​ສົມ​ເຫດ​ສົມ​ຜົນ,ໃຊ້​ປືນ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ, ຄວາມ​ຕື່ນເຕັ້ນ, ເນັ້ນໃສ່, ​ສຸມໃສ່ ແລະ ປ່ອຍວາງ, ນີ້ແມ່ນການຍິງປືນທີ່ແທ້ຈິງ ທີ່ເປັນລາງວັນທາງຈິດໃຈມອບໃຫ້ແກ່ພວກເຮົາ.