ຊັ້ນ 1 ຂອງໂຮງແຮມ ມີຫ້ອງຂາຍເຄື່ອງ ແລະ ໂຮງນໍ້າຊາ. ທ່ານສາມາດເລືອກຊື້ຜະລິດຕະພັນຊາຂອງສວນຊາ36. ສະຖານທີ່ນີ້ແມ່ນການຕັ້ງຊື່ສະເພາະຂອງຊາ ທີ່ຄຽງຄູ່ກັບຄວາມງາມແທ້ໆ, ມີຊ່ອງວ່າງແຫ່ງທໍາມະຊາດ, ຄວາມສະຫງົບ ແລະ ຄວາມກົມກຽວກັນ. ພຽງແຕ່ຊາ 1 ຈອກ ກໍ່ເຮັດໃຫ້ທ່ານສໍາພັດໄດ້ເຖິງຄວາມງົດງາມຂອງປະເທດລາວ.

ຕົ້ນກຳເນີດຊາບູຮານຂອງສວນຊາ 36 ເປັນເຂດພູພຽງບໍລະເວນ ເຊິ່ງຈັດເປັນເຂດສູງເໜືອກວ່າລະດັບໜ້ານໍ້າທະເລ ແລະ ຈຸດເສັ້ນຂະໜານຕໍ່າ, ເປັນເຂດທີ່ມີເມກໝອກຕະຫຼອດປີ, ເປັນດິນພູເຂົາໄຟເກົ່າທີ່ອຸດົມສົມບູນໄປດ້ວຍ ຊີເລນ້ຽມ. ຢູ່ບ່ອນນີ້, ມີຕົ້ນຊາບູຮານອາຍຸນັບຮ້ອຍນັບພັນປີ ເຕີບໃຫຍ່ປົນເປໄປກັບຕົ້ນໝາກໄມ້ ແລະ ຕົ້ນກາເຟ.ສະນັ້ນ, ຊາທີ່ເກີດຈາກບ່ອນນີ້ຈະແຝງໄປດ້ວຍຣົດຊາດຂອງກາເຟ ແລະ ກິ່ນຫອມຫວານຂອງໝາກໄມ້, ຍ້ອນລະບົບນິເວດທີ່ດີ ຈິ່ງເຮັດໃຫ້ຊາມີລົດຊາດຫອມ ແຊບ ແລະ ເປັນເອກະລັກ. ໃນ 1 ປີ ຈະມີຜົນຜະລິດຈໍາກັດພຽງແຕ່ 5000 ກິໂລກຣາມ. ນັ້ນຖືວ່າເປັນສິນຄ້າທີ່ຫາຍາກ ແລະ ມີຄຸນຄ່າທີ່ທ່ານຄວນຄອບຄອງ.

ການເຕີບໃຫຍ່ ແລະ ການປະສານກົມກຽວກັບທໍາມະຊາດ ແມ່ນຫຼັກການພື້ນຖານຂອງສວນຊາ 36. ຢູ່ສະຖານທີ່ນີ້, ຕົ້ນຊາບູຮານຈະມີຄວາມອຸດົມສົມບູນ ເນື່ອງຈາກປູກໃນເຂດດິນພູເຂົາໄຟທີ່ອຸດົມສົມບູນໄປດ້ວຍທາດຕ່າງໆ ເປັນດິນທີ່ມີປະໂຫຍດຕໍ່ການເຕີບໃຫຍ່ຂອງພືດ, ເຮັດໃຫ້ໄດ້ຜົນຜະລິດທີ່ມີລົດຊາດແບບທໍາມະຊາດຢ່າງອຸດົມສົມບູນ ແລະ ຍັງຜ່ານການເບິ່ງແຍງຖະໜຸຖະໜອມຈາກຜູ້ຊ່ຽວຊານດ້ານຊາ. ຊາຈາກສວນຊາ 36 ໄດ້ກາຍເປັນຄວາມພາກພູມໃຈຂອງຄົນລາວ, ເປັນຜະລິດຕະພັນຂອງຜືນແຜ່ນດິນລາວ ແລະ ກໍ່ຍັງກ້າວສູ່ໂລກພາຍນອກອີກດ້ວຍ.