ສະລອຍນໍ້າກາງແຈ້ງສຸດຫຼູຂະໜາດ 1000 ຕາແມັດ ຕັ້ງຢູ່ໃຈກາງຂອງຂອງພື້ນທີ່ໂຮງແຮມ, ອ້ອມຮອບດ້ວຍພັນໄມ້ທີ່ຫຼາກຫຼາຍຊະນິດ, ມອບຄວາມຂຽວອຸ່ມຊຸ່ມ ແລະ ງົດງາມຕະຫຼອດປີ, ປຽບເໝືອນດັ່ງຄວາມໜາວບໍ່ເຄີຍເຢືອນ ແລະ ຊີວິດບໍ່ເຄີຍຢຸດນິ້ງ. ເມື່ອແສງແດດສອດສ່ອງລົງມາຍາມບ່າຍ, ທ່ານສາມາດເອນກາບລົງທີ່ຕັ່ງລາບແຄມສະນ້ຳ ແລະ ເພີດເພີນໄປກັບຄວາມສະຫງົບໃນຊ່ວງເວລາອັນແສນຜ່ອນຄາຍນີ້.

 

ພື້ນທີ່ເຂດສະລອຍນໍ້າປະກອບໄປດ້ວຍ: ຫ້ອງນໍ້າ, ຫ້ອງປ່ຽນເຄື່ອງ, ບາກາງແຈ້ງ ແລະ ຈຸດນັ່ງພັກຜ່ອນໃນຮົ່ມໄວ້ຄອຍບໍລິການ.ສະລອຍນ້ຳມີຈຸດເລິກສຸດຢູ່ທີ່ 1.8 ແມັດ, ອ້ອມຮອບສະມີຄູຝຶກ ຫຼື ໄລຟ໌ກາດທີ່ຊ່ວຍແນະນໍາ ແລະ ຮັບປະກັນຄວາມປອດໄພຂອງລູກຄ້າ, ນອກຈາກນັ້ນ, ຍັງມີສະລອຍນໍ້າສໍາລັບເດັກ, ສາມາດໃຫ້ເດັກຫຼິ້ນໄດ້ຢ່າງມ່ວນຊື່ນ, ປອດໄພ ແລະ ລອຍນໍ້າໃນສະໄດ້ຢ່າງເຕັມທີ່.

 

 

 

ເດີ່ນຫຍ້າ ທີ່ຢູ່ດ້ານຂ້າງສະລອຍນໍ້າກາງແຈ້ງມີຄວາມສວຍງາມ, ເທິງເດີ່ນຫຍ້າເໝາະສໍາລັບການຕັ້ງແຄ້ມ, ປີ້ງບາບີຄິວ, ຫຼິ້ນໂຢຄະ, ຈັດງານສັງສັນ ຫຼື ຮັບປະທານອາຫານວ່າງຕອນບ່າຍ. ບໍ່ວ່າຈະເປັນຕອນເຊົ້າທີ່ໝອກໜາ, ຕອນທ່ຽງທີ່ແດດອຸ່ນ,ຕອນແລງທີ່ແສງງາມ ຫຼື ຄືນທີ່ດາວສ່ອງແສງກໍ່ສາມາດເປັນຈຸດລວມຕົວກັນຂອງຄົນໃນຄອບຄົວ, ເພື່ອຮັບປະທານອາຫານອັນແຊບຊ້ອຍ, ລົມກັນນົວຫົວມ່ວນທ່າມກາງທໍາມະຊາດທີ່ສວຍງາມເຮັດໃຫ້ຈິດໃຈຂອງທ່ານມີຄວາມມ່ວນຊື່ນ ແລະ ເບີກບານຢ່າງແນ່ນອນ.