ອາຫານ ແລະ ການທ່ອງທ່ຽວ ເປັນສິ່ງທີ່ຄູ່ຄວນກັນ ແລະ ແຍກຈາກກັນບໍ່ໄດ້ເລີຍກໍ່ວ່າໄດ້. ຮ້ານອາຫານຂອງໂຮງແຮມ 36ມາເນີ ກິລາສາກົນ ໄດ້ເອົາໃຈໃສ່ປຸງແຕ່ງອາຫານດ້ວຍໃຈເພື່ອຄວາມປະທັບໃຈຂອງທ່ານ. ຮ້ານອາຫານຂອງເຮົາໃຊ້ແນວຄວາມຄິດດ້ານວັດທະນະທໍາ ທີ່ເນັ້ນຄວາມເປັນເອກະລັກ, ເສີບອາຫານທ້ອງຖິ່ນ, ອາຫານຈີນສະໄໝໃໝ່ ແລະ ຊີ້ນຈຸ່ມໝໍ້ຮ້ອນທີ່ມີກິ່ນອາຍແຫ່ງສິລະປະ ແລະ ມີຄວາມຄິດສ້າງສັນ. ພື້ນທີ່ຂອງຮ້ານອາຫານ ອ້ອມຮອບໄປດ້ວຍທິວທັດທໍາມະຊາດອັນງົດງາມຂອງປະເທດລາວ. ເຮັດໃຫ້ທ່ານໄດ້ຊິມລົດຊາດອາຫານຈີນແບບຕົ້ນຕຳລັບ ແລະ ໄດ້ລິ້ມລົດອັນແຊບຈາກຈີນແທ້ໆ.

Room 36

ຮູບແບບການອອກແບບຮ້ານອາຫານຂອງໂຮງແຮມມີຄວາມຫຼູຫຼາ ແລະ ສວຍງາມ. ມີພື້ນທີ່ໃຊ້ສອຍກວມເຖິງ 1000 ຕາແມັດ, ມີຄວາມກວ້າງໂອ່ງໂຖງ ສາມາດຮອງຮັບໄດ້ເຖິງ 200 ທ່ານ, ຊັ້ນສອງ ມີຫ້ອງອາຫານສ່ວນຕົວສຸດຫຼູ ຈໍານວນ 7 ຫ້ອງ, ເຊິ່ງຖືກອອກແບບດ້ວຍໄມ້ສີແດງຈາກເຂດອາຊີຕາເວັນອອກສ່ຽງໃຕ້, ປະດັບດ້ວຍຕັ່ງນັ່ງໜັງສີທອງຄໍາອັນຫຼູຫຼາ, ມີຄວາມງົດງາມ ແລະ ສະຫງ່າຜ່າເຜີຍ. ໃນຫ້ອງສ່ວນໂຕປະກອບມີໂຕະຈີນ ທີ່ປ່ຽນເປັນໂຕະຊີ້ນຈຸ່ມໄດ້ ເພື່ອຕອບສະໜອງຣົດສະນິຍົມໃນການຮັບປະທານອາຫານຂອງລູກຄ້າ. ຊັ້ນທີ່ໜຶ່ງ ປະກອບມີ ຫ້ອງຈັດງານລ້ຽງຂະໜາດນ້ອຍ ແລະ ບ່ອນນັ່ງຮັບປະທານອາຫານ, ມີບໍລິການເສີບອາຫານພື້ນບ້ານສຸດພິເສດ, ອາຫານທຸກໆຈານທີ່ທ່ານຈະໄດ້ຮັບປະທານນັ້ນ ລ້ວນແຕ່ປຸງແຕ່ງຈາກໃຈຂອງພວກເຮົາສະເໝີ.

Room 1

ຮ້ານອາຫານຂອງໂຮງແຮມເຮົາ ມຸ່ງໝັ້ນທີ່ຈະສ້າງແນວຄິດການຮັບປະທານອາຫານເພື່ອສຸຂະພາບ, ລົດຊາດແຊບ, ມີບ່ອນຮັບປະທານອາຫານທີ່ສະດວກສະບາຍ. ອາຫານຈີນມີພື້ນຖານມາຈາກອາຫານເສສວນແບບດັ່ງເດີມ, ປະສົມປະສານດ້ວຍອາຫານຫູໜານ, ອາຫານກວາງຕຸງ, ອາຫານຊຽງໄຮ້, ສ້າງປະສົບການໃນການຮັບປະທານອາຫານລະດັບສູງໃຫ້ແກ່ທ່ານເຊັ່ນ: ເປັດປັກກິ່ງ, ຊຸບໝ່າລ້າ, ຊີ້ນງົວລາດນໍ້າມັນໝ່າລ້າ, ເຕົ້າຮູ້ມາພໍ ແລະ ອື່ນໆ. ບໍ່ວ່າອາຫານທ້ອງຖິ່ນ ຫຼື ອາຫານລະດັບນາໆຊາດແມ່ນມີພ້ອມເສີບໃຫ້ທ່ານໄດ້ທີ່ນີ້.

Room 3

Room 5

ຊີ້ນຈຸ່ມຂອງຮ້ານອາຫານພວກເຮົາເປັນຊີ້ນຈຸ່ມແບບໝ່າລ້າ ທີ່ມີຄວາມເຜັດ, ສົດ ແລະ ຫອມກິ່ນຄວາມດັ່ງເດີມແບບຕົ້ນຕຳຣັບ, ສະໜັບສະໜຸນແນວຄິດອາຫານທີ່ເປັນມິດຕໍ່ສິ່ງແວດລ້ອມສີຂຽວ ແລະ ດີຕໍ່ສຸຂະພາບ, ນໍ້າຊຸບແມ່ນປຸງແຕ່ງໂດຍພໍ່ຄົວມືອາຊີບທີ່ມີປະສົບການເຖິງ 30 ປີ. ວັດຖຸດິບທີ່ເລືອກມີຄວາມສົດໃໝ່ຈາກຕະຫຼາດສົດທ້ອງຖິ່ນ, ເຮັດໃຫ້ທ່ານມີຄວາມຮູ້ສຶກຫິວທັນທີເມື່ອໄດ້ເຫັນຢ່າງແນ່ນອນ. ຮ້ານອາຫານປະກອບດ້ວຍ ຫ້ອງຊີ້ນຈຸ່ມສຸດຫຼູ 3 ຫ້ອງ, ແຕ່ລະຫ້ອງມີເຄື່ອງປັບອາກາດສ່ວນກາງ, ຊຸດເຄື່ອງສຽງ KTV, WiFi, ຫ້ອງນໍ້າສ່ວນຕົວ, ໂຕະໄຟຟ້າຫີນອ່ອນຕ້າຫຼີ່ ແລະ ສິ່ງອໍານວຍຄວາມສະດວກອື່ນໆ.ດ້ານຫ້ອງສ່ວນຕົວທີ່ໃຫຍ່ສຸດແມ່ນມີໂຕະທີ່ສາມາດຮັບແຂກໄດ້ເຖິງ 20 ຄົນ, ມີຊີ້ນຈຸ່ມໝໍ້ນ້ອຍ ແລະ ໝໍ້ໃຫຍ່ທີ່ແຊບຊ້ອຍສາມາດຕອບສະໜອງຕາມຄວາມຕ້ອງການທີ່ແຕກຕ່າງກັນຂອງລູກຄ້າໄດ້, ມີສິ່ງອໍານວຍຄວາມສະດວກທີ່ສົມບູນ, ອາຫານສົດ, ຜັກສົດ ແລະ ການບໍລິການທີ່ເອົາໃຈໃສ່ ເພື່ອມອບປະສົບການອັນເພີດເພີນໃນການຮັບປະທານອາຫານຂອງທ່ານ.

Room 6

ຖ້າຫາກທ່ານບໍ່ສະດວກໃນການຮັບປະທານອາຫານໃນຮ້ານອາຫານ, ໂຮງແຮມຂອງພວກເຮົາມີບໍລິການອາຫານເຖິງຫ້ອງຂອງທ່ານ, ເຊິ່ງມີເມນູຈາກຫຼາກຫຼາຍປະເທດໃຫ້ທ່ານໄດ້ເລືອກຊິມ ແລະ ມ່ວນຊື່ນກັບການຮັບປະທານອາຫານໄດ້ໃນຫ້ອງສ່ວນຕົວຂອງທ່ານ.

Room 8