ຍິນດີຕ້ອນຮັບທ່ານ ເຂົ້າພັກທີ່ໂຮງແຮມ 36ມາເນີ ກິລາສາກົນ ເສັ້ນທາງການພັກຜ່ອນຂອງທ່ານ ກໍາລັງຈະເລີ່ມຂຶ້ນ

ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ເປັນເມືອງທີ່ບໍ່ຫ່າງໄກຫຼາຍ ຈາກຕົວເມືອງຂອງນະຄອນຫຼວງວຽງຈັນ, ເປັນເຂດທີ່ກໍາລັງພັດທະນາ ແລະ ເປັນພື້ນທີ່ສີຂຽວເຂດໜຶ່ງ ທີ່ແຝງໄປດ້ວຍສະຖານທີ່ທີ່ເປັນອາຄານແບບລາວ ທີ່ມີເອກະລັກພ້ອມກັບສະໜາມກິລາຍິງປືນ, ອັນສະແດງໃຫ້ເຫັນເຖິງການປະສົມປະສານກັນລະຫວ່າງ ສິ່ງດັ່ງເດີມ ແລະ ຄວາມທັນສະໄໝ, ການເຄື່ອນໄຫວ ແລະ ຄວາມງຽບສະຫງົບ. ສິ່ງທີ່ກ່າວມານັ້ນຄື ໂຮງແຮມຂອງພວກເຮົາເອງ. ພາຍໃນຫ້ອງພັກຂອງໂຮງແຮມ ມີສິ່ງອໍານວຍຄວາມສະດວກແບບຄົບຊຸດ ແລະ ຖືກຕົບແຕ່ງດ້ວຍຮູບແບບລາວທີ່ງົດງາມ, ແຕ່ລະຈຸດມີຄວາມລະອຽດອ່ອນຊ້ອຍ ເຮັດໃຫ້ຜູ້ເຂົ້າໄປພັກຮູ້ສຶກເຖິງຄວາມສະບາຍ. ດ້ວຍບັນຍາກາດພາຍໃນໂຮງແຮມ ທ່ານຈະໄດ້ດູດດື່ມກັບທຳມະຊາດ ແລະ ສຳຜັດການພັກຜ່ອນ ພາຍໃຕ້ຄວາມງົດງາມທີ່ລົງໂຕ, ປາສະຈາກສຽງລົບກວນ ແລະ ຄວາມວຸ້ນວາຍຈາກຕົວເມືອງ.

ໂຮງແຮມ 36ມາເນີ ກິລາສາກົນແມ່ນ ໂຮງແຮມແຫ່ງທໍາອິດ ທີ່ຖືກອອກແບບດ້ວຍຮູບແບບທີ່ວັດທະນະທໍາອັນເປັນເອກະລັກຂອງລາວ, ເປັນໂຮງແຮມທີ່ຄຸນະພາບສູງ ທຽບເທົ່າລະດັບສາກົນທີ່ລວມເອົາສະຖານທີ່ພັກ, ຮ້ານອາຫານ, ບັນເທີງ, ການພັກຜ່ອນ, ການຊອບປິ້ງ ມາລວມຢູ່ໃນສະຖານທີ່ດຽວກັນ ເຊິ່ງເປົ້າໝາຍຫຼັກຂອງໂຮງແຮມພວກເຮົາຄື ການໃຫ້ການບໍລິການທີ່ອົບອຸ່ນ ແລະ ຕອບສະໜອງຄວາມສະບາຍ, ບໍ່ວ່າທ່ານຈະມາພັກດ້ວຍເຫດຜົນທາງທຸລະກິດ ຫຼື ພັກຜ່ອນແບບສ່ວນຕົວ ໄປຈົນເຖິງຄວາມມັກຮັກໃນກິລາກາງແຈ້ງ, ໂຮງແຮມຂອງພວກເຮົາ ກໍ່ພ້ອມທີ່ຈະຍິນດີຕ້ອນຮັບພວກທ່ານຢູ່ສະເໝີ!

ຫ້ອງພັກຂອງໂຮງແຮມຖືກອອກແບບໃຫ້ເປັນຫ້ອງໄມ້ແບບລາວດັ່ງເດີມ, ມີຄວາມງົດງາມ ແລະ ເປັ່ງປະກາຍ ດ້ວຍການໃຊ້ສິລະປະວັດທະນະທໍາທ້ອງຖິ່ນເຂົ້າໃນກັບຕົກແຕ່ງ, ເຮັດໃຫ້ທ່ານຮູ້ສຶກໄດ້ເຖິງຄວາມສະຫງ່າງາມ ແລະ ໃຫ້ຄວາມຮູ້ສຶກສະຫງົບສຸກ. ການຕົກແຕ່ງມີລັກສະນະທີ່ງ່າຍດາຍ, ຢູ່ແລ້ວຮູ້ສຶກສະບາຍ. ພາຍໃນຫ້ອງນອນປະກອບມີ: ທໍລະພາບຈໍແບນ ຂະໜາດ 42 ນິ້ວ, ເຄົາເຕີ້ບາ, ມີອິນເຕີເນັດໄຮ້ສາຍໃຫ້ໃຊ້ຟຣີ, ມີເຄື່ອງປັບອາກາດທີ່ງຽບ, ມີເຄື່ອງອຸປະກອນໃຊ້ເທິງຕຽງ, ໝອນ, ຜ້າປູພື້ນ, ເຕົາລີດ, ເກີບຊົບ, ກັງຫ້ອຍເຄື່ອງ, ນໍ້າອຸ່ນຕະຫຼອດ 24 ຊົ່ວໂມງ. ໃນລະຫວ່າງທີ່ເຂົ້າພັກ ທ່ານຈະສາມາດດູດດື່ມໄປກັບຄວາມສະບາຍ ແລະ ຄວາມງຽບສະຫງົບທີ່ສົມບູນແບບ.ພວກເຮົາຍິນດີຕ້ອນຮັບທຸກທ່ານ ເຂົ້າພັກທີ່ໂຮງແຮມຂອງເຮົາ!

ການບໍລິການດ້ານກິດຈະກໍາ:

ໂຮງແຮມ 36ມາເນີ ກິລາສາກົນ ມີຫ້ອງປະຊຸມຂະໜາດໃຫຍ່ ເນື້ອທີ່ກວມ 150 ຕາແມັດ, ສາມາດບັນຈຸຄົນໄດ້ 100 ຄົນ, ພາຍໃນປະກອບມີ: ເຄື່ອງປັບອາກາດ, ໂປເຈັກເຕີ້, ລໍາໂພງ, ໂຕະປະຊຸມ ແລະ ຮາດແວອື່ນໆ, ພ້ອມ WiFi ຟຣີ. ຫ້ອງປະຊຸມມີຂະໜາດກວ້າງ, ເຄື່ອງອຸປະກອນຄົບຊຸດ, ສາມາດຮອງຮັບ ກອງປະຊຸມທຸລະກິດ, ພິທີເຊັນສັນຍາ, ການຝຶກອົບຮົມຕ່າງຂອງບໍລິສັດ, ການເປີດໂຕສິນຄ້າ ຫຼື ຜະລິດຕະພັນ, ງານລ້ຽງ ແລະ ອື່ນໆ ຕາມຄວາມຕ້ອງການທີ່ແຕກຕ່າງກັນ. ພ້ອມດຽວກັນນັ້ນ, ຍັງມີທີມງານວາງແຜນກິດຈະກໍາທີ່ໃສ່ໃຈໃນລາຍລະອຽດ ເພື່ອໃຫ້ກິດຈະກຳແຕ່ລະຄັ້ງຂອງທ່ານປະສົບຜົນສຳເລັດໄປດ້ວຍດີ. ທັງໝົດນີ້ທ່ານຈະສາມາດສໍາພັດໄດ້ຢ່າງແນ່ນອນ!

ລົດຮັບສົ່ງສະເພາະ: ໂຮງແຮມ 36ມາເນີ ກິລາສາກົນ ແມ່ນຕັ້ງຢູ່ ບ້ານສົມສະຫງ່າ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ຫ່າງຈາກໃຈກາງຕົວເມືອງນະຄອນຫຼວງວຽງຈັນ 8 ກິໂລແມັດ. ໂຮງແຮມສະໜອງການບໍລິການລົດຮັບສົ່ງສະເພາະ, ມີລົດຫຼູພ້ອມຄົນຂັບທີ່ມີປະສົບການ, ສາມາດຮັບສົ່ງທ່ານໄປໄດ້ທຸກບ່ອນໃນນະຄອນຫຼວງວຽງຈັນ, ມີບໍລິການລົດເມໄຟຟ້າໃຫ້ທ່ານຕະຫຼອດ 24 ຊົ່ວໂມງ, ສາມາດຮັບສົ່ງທ່ານໄປສະໜາມຍິງປືນສາກົນ 5 ເມສາ ໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ.

ການບໍລິການດ້ານຫ້ອງພັກ: ການບໍລິການດ້ວຍໃຈ, ມີຄວາມລະອຽດ ແລະ ເອົາໃຈໃສ່ ແມ່ນມາດຕະຖານຫຼັກຂອງໂຮງແຮມພວກເຮົາ.ໂຮງແຮມ 36ມາເນີ ກິລາສາກົນ ສາມາດແກ້ໄຂບັນຫາທີ່ພັກໃຫ້ກັບທ່ານ, ມີບໍລິການຊັກລີດ, ສົ່ງອາຫານ, ບຳລຸງຮັກສາ, ບໍລິການໂທປຸກ, ຝາກຂໍ້ຄວາມ, ເສີມຕຽງ, ທໍາຄວາມສະອາດ, ບໍລິການທາງທຸລະກິດ, ຈອງປີ້ ແລະ ອື່ນໆ. ທັງໝົດນີ້ມີໃຫ້ບໍລິການຕະຫຼອດເວລາພຽງແຕ່ທ່ານຕິດຕໍ່ຫາພວກເຮົາ!

ຄຸ້ມຄອງດ້ວຍໃຈ: ທ່ານສາມາດສອບຖາມພະນັກງານຂອງໂຮງແຮມກ່ຽວກັບຂໍ້ມູນສະຖານທີ່ທ່ອງທ່ຽວຕ່າງໆໃນຕົວເມືອງ, ພວກເຮົາສາມາດຕິດຕໍ່ຈອງໂຮງແຮມ, ຮ້ານອາຫານ, ປີ້ຍົນ, ເຊົ່າລົດ, ປະກອບເອກະສານ ແລະ ອື່ນໆ. ນັບຕັ້ງແຕ່ວິນາທີທຳອິດທີ່ທ່ານເລືອກໃຊ້ບໍລິການຂອງພວກເຮົາ ທ່ານຈະໄດ້ຮັບການຄຸ້ມຄອງ, ການບໍລິການທີ່ລະອຽດ ແລະ ມືອາຊີບຂອງພວກເຮົາ. ທຸກໆຄວາມຕ້ອງການຂອງທ່ານແມ່ນຈະຖືກບໍລິການດ້ວຍໃຈຂອງເຮົາ ແລະ ພວກເຮົາພ້ອມແລ້ວທີ່ຈະບໍລິການທ່ານໃຫ້ດີທີ່ສຸດ.

ພາກໜ້າທີ່ທາງສັງຄົມ

ນັບຕັ້ງແຕ່ເກີດບັນຫາການລະບາດຂອງພະຍາດໂຄວິດ-19, ພະນັກງານທັງໝົດຂອງໂຮງແຮມ 36ມາເນີ ກິລາສາກົນ ກໍ່ສາມັກຄີກັນ, ພ້ອມກັນຕໍ່ສູ້ກັບເຫດການດັ່ງກ່າວ. ພວກເຮົາປະຕິບັດທຸກມາດຕະການກ່ຽວກັບພະຍາດໂຄວິດ-19 ທີ່ຄະນະສະເພາະກິດ, ກະຊວງສາທາລະນະສຸກ ສປປ ລາວ ກໍ່ຄືລັດຖະບານ ສປປ ລາວ ວາງອອກ, ພ້ອມປະຕິບັດທຸກມາດຕະການໃນການປ້ອງກັນພະຍາດ, ພາຍໃຕ້ການຮັບປະກັນຄວາມປອດໄພຂອງພະນັກງານໃນໂຮງແຮມ.ນອກຈາກນັ້ນ, ພວກເຮົາຍັງກ້າຫານໃນການແບກຮັບໜ້າທີ່ດ້ານສັງຄົມ, ຫ້າວຫັນໃນການສົ່ງເສີມການປ້ອງກັນພະຍາດເຊັ່ນ: ການບໍລິຈາກອຸປະກອນທີ່ຮັບໃຊ້ໃນການປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ອໍານາດການປົກຄອງນະຄອນຫຼວງວຽງຈັນ ແລະ ສໍານັກງານອົງການອື່ນໆ, ເພື່ອເປັນສ່ວນໜຶ່ງໃນການຄຽງບ່າຄຽງໄຫຼ່ຊ່ວຍເຫຼືອ ລັດຖະບານ ສປປ ລາວ ໃນການຕໍ່ສູ້ກັບພະຍາດດັ່ງກ່າວ. ໃນສະພາບການລະບາດຂອງພະຍາດທີ່ມີຢູ່ໃນປະຈຸບັນ, ພວກເຮົາໄດ້ເອົາໃຈໃສ່ຕິດຕາມແຈ້ງການ, ຮັກສາຄວາມລະມັດລະວັງ, ເຄົາລົບ ແລະ ປະຕິບັດຕາມຄໍາແນະນໍາ ຕາມຂັ້ນຕອນການປະຕິບັດງານທຸກຢ່າງຈາກພາກລັດ. ພວກເຮົາຫ້າວຫັນໃນການນໍາໃຊ້ມາດຕະການດັ່ງກ່າວເພື່ອປ້ອງກັນພະຍາດ, ຄວບຄຸມພະນັກງານຂອງໂຮງແຮມບໍ່ໃຫ້ອອກໄປຂ້າງນອກ, ເພື່ອຮັບປະກັນຄວາມປອດໄພ ແລະ ສຸຂະພາບຂອງແຂກທີ່ເຂົ້າມາພັກ ແລະ ພະນັກງານຂອງພວກເຮົາເອງ.

ຕິດຕໍ່ສອບຖາມ:

Email: 36manor.international.sport.hotel@gmail.com

Facebook: https://www.facebook.com/36Manor

Service hotline : 021 463636 / 020 57373636