ໃນວັນທີ 1 ເມສາ 2021, ງານຕະຫຼາດສິນຄ້າລາວ 1 ເມືອງ 1 ຜະລິດຕະພັນ (ODOP)​ ພາຍໃຕ້ຄອນເຊັບ Cashless Market (ໄປຈ່າຍຕະຫຼາດແບບດິຈິຕ້ອນໂດຍບໍ່ໃຊ້ເງິນສົດ) ໄດ້ຖືກຈັດຂຶ້ນທີ່ສູນການຄ້າພາກຊັນ Parkson ເຊິ່ງສວນຊາ36 ກໍເປັນໜຶ່ງໃນຮ້ານຄ້າທີ່ເຂົ້າຮ່ວມວາງສະແດງ ແລະ ຈັດຈຳໜ່າຍສິນຄ້າ ODOP​ ໃນຄັ້ງນີ້ໄປຈົນເຖິງວັນທີ 4 ເມສາ ນີ້.

ໃນງານດີໆແບບນີ້ ສວນຊາ36 ກໍໄດ້ມອບຜະລິດຕະພັນ ຊາເພັດປາກຊ່ອງໃຫ້ແກ່ ທ່ານ ປອ ຄຳແພງ​ ໄຊສົມແພງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ.​ ພ້ອມດຽວກັນນັ້ນ,​ ທ່ານ​ ຄຳແພງ​ ແລະ​ ບັນດາແຂກທີ່ເຂົ້າຮ່ວມງານກໍ່ໄດ້ໃຫ້ກຽດດື່ມຊາປາກຊ່ອງຂອງ ສວນຊາ36 ອີກດ້ວຍ.​​

ການພັດທະນາສິນຄ້າ ODOP ແມ່ນຖືໄດ້ວ່າມີຄວາມສຳຄັນຕໍ່ລັດຖະບານລາວ ເພື່ອສົ່ງເສີມການພັດທະນາຂອງເຂດເມືອງຕ່າງໆໃນລາວ ລວມເຖິງການບັນລຸເປົ້າໝາຍຫຼຸດຜ່ອນຄວາມທຸກຍາກ. ງານນີ້ມີຈຸດປະສົງເພື່ອແນໃສ່ການສົ່ງເສີມການພັດທະນາສິນຄ້າ​ ODOP ແບບຍືນຍົງ ແລະ ເພີ່ມມູນຄ່າຂອງຜະລິດຕະພັນນັ້ນໆອີກດ້ວຍ.

Leave a Reply

Your email address will not be published. Required fields are marked *