ໃນຕອນບ່າຍ ວັນທີ 30 ເມສາ 2021 ຢູ່ທີ່ຫ້ອງວ່າການແຂວງຈຳປາສັກ, ຕົວແທນບໍລິສັດ ລາວ​ ທີຊິກມາເນີ​ ການຄ້າຂາອອກ-ຂາເຂົ້າ​ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ໄດ້ມອບເງິນຊ່ວຍເຫຼືອ ຈຳນວນ 500,000,000​ ກີບ ເຊິ່ງໃຫ້ກຽດຮັບໂດຍ ທ່ານ ວິໄລວົງ ບຸດດາຄຳ,​ ເລຂາພັກແຂວງ ແລະ​ ເຈົ້າແຂວງ ແຂວງຈຳປາສັກ ເພື່ອນຳໃຊ້ເຂົ້າໃນວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.ພ້ອມດຽວກັນນີ້,​ ທ່ານເຈົ້າແຂວງຕາງຫນ້າໃຫ້ປະຊາຊົນແຂວງຈຳປາສັກກໍ່ໄດ້ກ່າວສະແດງຄວາມຂອບໃຈ​ ແລະ​ ອວຍພອນແກ່ບໍລິສັດຂອງພວກເຮົາ​ອີກດ້ວຍ.

Leave a Reply

Your email address will not be published. Required fields are marked *